Monday, February 13, 2017

ງານການກຸສົລຫາລາຍໄດ້.

ເຊີນຮ່ວມງານການກຸສົລເພື່ອຫາລາຍໄດ້ສົມທົບທຶນໃນການກະກຽມບຸນປີໃໝ່ລາວ ພ ສ 2560 ທີ່ຈະມາເຖິງນີ້.  

             Date : Tuesday, 02/14/17
             Time : 7:00 PM - 12:00 Midnight
              Place : Vad Lao Dhamma Sacca
                           2710 S. Fruit Ave.  
                           Fresno, CA  93706
              Admission : $15.00 Donation. 
              Special guest : ນາງສາວ ແສງດາວວີ

Saturday, February 11, 2017

ສຸຂສັນວັນມາຄະບູຊາ

                                                                     
ວັນມາຄະບູຊາເປັນວັນ:
1 - ເອີ້ນອີກຢ່າງນຶ່ງວ່າ ວັນຈາຕຣຸງຄສັນນິບາຕ
2 - ພຣະອໍຣະຫັນສາວົກຈຳນວນ 1250 ຮູບມາປະຊຸມກັນໂດຍບໍ່ໄດ້ນັດໝາຍກັນ.
3 - ພຣະອໍຣະຫັນທັງໝົດນີ້ລ້ວນແຕ່ເປັນພຣະສາວົກທີ່ພຣະພຸທເຈົ້າຊົງບວດໃຫ້.
4 - ພຣະພຸທເຈົ້າຊົງສແດງ "ໂອວາທປາຕິໂມກ" ແກ່ພຣະສົງຄ໌ເປັນຄັ້ງແລກຫລັງຈາກຕັສຣູ້ມາແລ້ວເປັນເວລາ 8        ເດືອນ.
5 - ຄວາມໝາຍຂອງຄຳວ່າ "ໂອວາທປາຕິໂມກ" ກໍຄືຫລັກຄຳສອນເປັນຫລັກການແລະວິທີການປະຕິບັດຕ່າງໆ ຊຶ່ງ      ສລຸບເປັນໃຈຄວາມສຳຄັນວ່າ  "ທຳຄວາມດີ ລະເວັ້ນຄວາມຊົ່ວ ທຳຈິຄໃຈໃຫ້ບໍຣິສຸທ".
6 - ເກີດຂຶ້ນໃນເພັນ 15 ຄ່ຳເດືອນ 3.  ແຕ່ຫາກປີໃດມີ 8 ສອງຫົນ, ກໍເລື່ອນໄປເປັນວັນເພັນ 15 ຄ່ຳເດືອນ 4.